NEWS
>
>
ມອບເງິນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ຕ້ານການລະບາດ ພະຍາດໂຄວິດ-19.

ມອບເງິນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ຕ້ານການລະບາດ ພະຍາດໂຄວິດ-19.
04 ພຶດສະພາ 2020
ບໍລິສັດຈະເລີນເຊກອງ ກຣຸບ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ້ ຈຳກັດຜູ້ດຽວ ມອບເງິນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ຕ້ານການລະບາດ ພະຍາດໂຄວິດ-19.
ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້ ຢູ່ທີ່ຫ້ອງວ່າການແຂວງຈໍາປາສັກ ໃຫ້ກຽດເປັນປະທານມອບ-ຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ, ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມການນໍາຂອງແຂວງ ແລະ ຕ່າງໜ້າ ບໍລິສັດ ໂດຍ ທ່ານ ວິໄລພອນ ຣາຊຈັກ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ້ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະບໍລິຫານທັງສອງບໍລິສັດ ມອບເງິນ ຈໍານວນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ຕ້ານການລະບາດຂອງພະຍາດ ໂຄວິດ-19, ໂອກາດນີ້ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບໍລິສັດ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເງິນຈໍານວນທັງໝົດ ເຂົ້າໃນວຽກງານການຕ້ານພະຍາດ ໂຄວິດ-19 ໃຫ້ເກີດປະໂຫຍດສູງສຸດ.


Gallery
CONTACT US
South Road No.13 , Lomsaknue Village, Bachieng District,
Champasak Povince, LAO P.D.R
TO CONTRACT WITH AN OFFICE,
PLEASE CALL OR EMAIL US:
Email:
Tel: +856 31 259 999
Fax: +856 31 259 111